ຄຸນປະໂຫຍດຂອງໝາກກ້ຽງໃຫຍ່(ໝາກພຸກ) (Pomelo)

ຄຸນປະໂຫຍດຂອງໝາກກ້ຽງໃຫຍ່(ໝາກພຸກ) (Pomelo)

       ມື້ນີ້ພວກເຮົາຈະມານຳສະເໜີໝາກໄມ້ ທີ່ມີປະໂຫຍດ ມີຊື່ວ່າ: “Pomelo” ຫຼື ທີ່ຮູ້ຈັກກັນໃນຊື່ລາວວ່າ: “ໝາກພຸກ” ນັ້ນເອງ ເຮົາຈະມາເວົ້າເຖິງປະໂຫຍດຂອງມັນວ່າມີປະໂຫຍດຕໍ່ສູຂະພາບແນວໃດແດ່ ?

  • ຊ່ວຍເຮັດໃຫ້ເຮົາເບິ່ງອ່ອນກ່ອນໄວ

      ຖ້າຜູ້ຍິງຄົນໃດທີ່ກິນໝາກກ້ຽງເປັນປະຈຳໃນຊີວິດປະຈຳວັນແລ້ວ ສິ່ງໜຶ່ງທີ່ຈະໄດ້ຮັບເຂົ້າສູ່ຮ່າງກາຍກໍ່ຄືວິຕາມິນເອ ນັ້ນເອງ ແລະ ດ້ວຍປະໂຫຍດຂອງວິຕາມິນເອ ກໍ່ຈະຊ່ວຍເຮັດໃຫ້ລະບົບເລືອດໄຫຼວຽນໄດ້ດີຂື້ນ ສົ່ງຜົນໃຫ້ຮອຍຕ່າງໆເກີດຂຶ້ນໄດ້ຊ້າ ເມື່ອເລືອດໄຫຼວຽນດີຂືຶ້ນ ຮ່າງກາຍກໍ່ຈະສາມາດຜະລິດ Collagen ໄດ້ຫຼາຍຂຶ້ນ.

  • ບຳລຸງຮັກສາຜິວ

      ນອກຈາກຂະມີປະໂຫຍດຕໍ່ຮ່າງກາຍແລ້ວ ຍັງຊ່ວຍໃນການຟື້ນຟູເຊວ ແລະ ສ້ອມແຊມເຊວຜິວຊອງເຮົາອີກດ້ວຍ ເມື່ອລອງໃຊ້ນ້ຳໝາກກ້ຽງໃຫຍ່ທີ່ຄັ້ນແລ້ວ ທາເທິງຜິວໜັງປະໄວ້ 10 ນາທີ ກ່ອນອາບນ້ຳ ກໍ່ຊ່ວຍເຮັດໃຫ້ຜິວໄດ້ຮັບການປົກປ້ອງຈາກລັງສີ UV ທີ່ເປັນອັນຕະລາຍຂອງແສງແດດ ເຊີ່ງເປັນການປົກປ້ອງຜິວໜັງອີກຊັ້ນໜຶ່ງ ຫຼື ກະທັ້ງຜິວໄໝ້ທີ່ເກີດຈາກການຕາກແດດນ້ຳໝາກກ້ຽງກໍ່ຈະຊ່ວຍສ້ອມແຊມຜິວຂອງເຮົາໄດ້.

  • ລົດບັນຫາສິວສ້ຽນ

      ໝາກກ້ຽງໃຫຍ່ມີສ່ວນຊ່ວຍຜະຫຼິດສານ Melanin ທີ່ລົດບັນຫາການເກີດສິວຂຶ້ນມາໄດ້ ນອກຈາກນິ້ຍັງຊ່ວຍລົດການຜະລິດນ້ຳມັນໃນຊັ້ນໃຕ້ຂອງຜິວໜັງ ເຊີ່ງຈະຊ່ວຍຫຼູດການອູດຕັນຂອງຮູຂຸມຂົນ ແຖມຍັງລົດບັນຫາເລື່ອງຂອງຜິວໝອງຄ້ຳ ແລະ ລົດກະ ຈຸດສີນ້ຳຕານໄດ້ອີກດ້ວຍ.

  • ຊ່ວຍຊະລໍການເກີດຮອຍຕີນກາ

      ຖ້າໃຜທີ່ບໍ່ຢາກແກ່ກ່ອນໄວ ຫຼື ຢາກໃຫ້ໂຕເອງເບີ່ງຄືເດັກໄປຕະຫຼອດ ໝາກກ້ຽງໃຫຍ່ຊ່ວຍໄດ້ ຖ້າຜູ້ຍິງຄົນໃດໄດ້ກິນໝາກກ້ຽງໃຫຍ່ເປັນປະຈຳກໍ່ຈະຊ່ວຍແກ້ບັນຫາຮອຍຕີນກາ ຊະລໍຄວາມແກ່ ທີ່ເຮັດໃຫ້ເບີ່ງຄືເດັກລົງອີກນຳ ເພາະໃນໝາກກ້ຽງໃຫຍ່ມີສານຕ້ານອະນຸມູນອິດສະຫຼະຢູ່ຢ່າງຫຼວງຫຼາຍ ຊ່ວຍຊະລໍອາຍູຂອງຜິວໜັງໃຫ້ຢຸ່ໄດ້ດົນຂຶ້ນ ຫຼື ເອີ້ນໄດ້ວ່າເປັນການຕໍ່ອາຍຸຂອງຜິວໜັງ ເຮັດໃຫ້ຜິວເຕັ່ງຕຶງຢູ່ກັບເຮົາໄປດົນໆ.

  • ຊ່ວຍບຳລູງຮັກສາເສັ້ນຜົມໃຫ້ມີຄວາມເງົາງາມ

      ໝາກກ້ຽງໃຫຍ່ກາຍເປັນຢາຊັ້ນດີໃນການບຳລູງເສັ້ນຜົມໃຫ້ມີຄວາມເງົາງາມໄດ້ ຖ້າເອາໝາກກ້ຽງມາທາໃສ່ເສັ້ນຜົມແລ້ວປະໄວ້ 30 ນາທີ ເຮັດແບບນີ້ປະມານ 3 ເທື່ອຕໍ່ 1 ອາທິດກໍ່ຈະຊ່ວຍເຮັດໃຫ້ເສັ້ນຜົມຂອງເຈົ້າມີຄວາມເງົາງາມ ແລະ ແຂງແຮງ ເພາະໃນໝາກກ້ຽງໃຫຍ່ມິວິຕາມິນຊີທີ່ຊ່ວຍບຳລຸງເສັ້ນຜົມໃຫ້ມີຄວາມເງົາງາມ ແລະ ຊ່ວຍໃຫ້ເສັ້ນຜົມໜາ ມີຄວາມແຂງແຮງອີກດ້ວຍ.

  • ຊ່ວຍຫຼູດບັນຫາຂິ້ຄັນແຄ

      ບັນຫາຂອງຄັນແຄ ສ່ວນໃຫຍ່ແມ່ນເກີດມາຈາກໜັງຫົວແຫ້ງ ມັນຈຶ່ງບໍ່ແມ່ນເລື່ອງແປກທີ່ເຮົາຈະຮູ້ສຶກຄັນ ເພາະຂະໜາດຜິວໜັງຂອງເຮົາທຳມະດາ ເວລາມັນແຫ້ງມາເຮົາກໍ່ຍັງຮູ້ສຶກຄັນ ແຕ່ຖ້າສາວໆຄົນໃດໄດ້ເອົານ້ຳໝາກກ້ຽງໃຫຍ່ມາສະຜົມມັນຈະຊ່ວຍຄືນຄວາມຊຸ່ມຊື່ນໃຫ້ກັບໜັງຫົວໄດ້ ແນ່ນອນວ່າຖ້າຫາກໜັງຫົວບໍ່ແຫ້ງແລ້ວ ປັນຫາເລື່ອງຄັນແຄກໍ່ຈະໝົດໄປ.

  • ຊ່ວຍປ້ອງກັນໂລກຕິດເຊື້ອທາງເດີນປັດສະວະ.

      ໝາກກ້ຽງໃຫຍ່ຍັງຊ່ວຍໃນເລື່ອງປ້ອງກັນໂລກໄດ້ອີກດ້ວຍ ເພາະດ້ວຍວິຕາມິນຊີທີ່ພົບໃນໝາກກ້ຽງໃຫຍ່ນັ້ນ ສາມາດລົດຄວາມສ່ຽງໃນການເກີດໂລກ UTI ຫຼື ໂລກທາງເດີນປັດສະວະອັກເສບໃຫ້ກັບເຮົາໄດ້ອີກ.

Back to blog

Leave a comment

Please note, comments need to be approved before they are published.