Skip to content
ສັບພະຄຸນຂອງໝາກເພັດຂີ້ໜູ
-
ໝາກເພັດຂີ້ໜູຊ່ວຍກະຕຸ້ນເຮັດໃຫ້ຈະເລີນອາຫານ ແລະ ຊ່ວຍບຳລຸງທາດໃນຮ່າງກາຍ ສ່ວນຍອດແລະໃບອ່ອນມີລົດເພັດຊ່ວຍໃຫ້ຈະເລີນອາຫານເພີ່ມນ້ຳລາຍແລະຊ່ວຍຂັບລົມ.
- ນຳຕົ້ນໝາກເພັດຂີ້ໜູມາສຸມໃຫ້ເປັນຖ່ານໃຊ້ຊົງກັບນ້ຳເປັນຍາ.
- ໃຊ້ເປັນຍາແກ້ຕານຊາງຊຶ່ງເປັນໂລກທີ່ມັກພົບເຫັນໄດ້ໃນເດັກນ້ອຍ ໂດຍມີອາການຊູບຊືດ, ທ້ອງໂລ,ກົ້ນປອດ ສັນນິຖານວ່າຈະເກີດຈາກໂລກພະຍາລິໃນລຳໃສ້.
-
ໝາກເພັດຂີ້ໜູສຸກນຳມາປຸງແຕ່ງອາຫານ ຈະຊ່ວຍລົດລະດັບນ້ຳຕານໃນເລຶອດ ເນື່ອງຈາກມີສານ Capsaicin.
- ຊ່ວຍເລັ່ງການສັນດາບແລະເລັ່ງເມຕາບໍລິລືມ ຊ່ວຍໃຊ້ແຄຮໍລີໃຫ້ໝົດໄປຈຶ່ງເຮັດໃຫ້ນ້ຳໜັກລົດລົງ ແລະ ຊ່ວຍລົດລະດັບໄຕລີເຊີໄລ້ແລະໄຂມັນເລວ ເນື່ອງຈາກສານ Capsaicin ຈະຊ່ວຍປ້ອງກັນບໍ່ໃຫ້ຕັບສ້າງໄຂມັນເລວໃນຂະນະດຽວກັນ ສົ່ງເສີມໃຫ້ມີການສ້າງໄຂມັນດີເຮັດໃຫ້ປະລິມານຂອງໄຕລີເຊີໄລ້ໃນກະແສເລືອດຕ່ຳລົງ.
-
ໝາກເພັດຂີ້ໜູສາມາດຊ່ວຍລົດຄວາມໂລຫິດໄດ້ ເພາະເຮັດໃຫ້ຫຼອດເລຶອດອ່ອນຕົວແລະຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດເປັນໄປໄດ້ດ້ວຍດີ.
-
ໝາກເພັດຂີ້ໜູເປັນຍາຟອກໂລຫິດ.
-
ໝາກເພັດຂີ້ໜູມີສັບພະຄຸນຊ່ວຍເພີ່ມການໄຫຼວຽນໂລຫິດ ຊ່ວຍສະລາຍລື່ມເລືອດ.
- ການຮັບປະທານໝາກເພັດຂີ້ໜູເປັນປະຈຳຈະຊ່ວຍລົດການອຸດຕັນຂອງຫຼອດເລືອດ ຊື່ງເປັນສາເຫດສຳຄັນຂອງການເກີດໂລກຫົວໃຈລົ້ມເລວຫຼືຈາກການເສຍຊີວິດຈາກຫຼອດເລືອດທີ່ໄປລ້ຽງສະໝອງອຸດຕັນ ເພາະຊວຍເຮັດໃຫ້ການໄຫຼວຽນຂອງເລືອດດີຂື້ນ ລົດຄວາມດັນ ເນື່ອງຈາກສານຈຳພວກເບຕ້າແຄໂລທືນແລະວິຕາມິນຊີຈະຊ່ວຍເສີມສ້າງຜະນັງຫຼອດເລືອດໃຫ້ແຂງແຮງ ເພີ່ມການຍືດຫົດຜະນັງຂອງເລືອດດເຮັດໃຫ້ປັບເຂົ້າກັບແຮງດັນໃນລະດັບຕ່າງໆໄດ້ດີຍິ່ງໆຂື້ນ.
- ຊ່ວຍເຮັດໃຫ້ອາລົມດີ ໂດຍສານ Capsaicin ທີ່ມີຢູ່ໃນໝາກເພັດຂີ້ໜູຈະຊ່ວຍສົ່ງສັນຍານໃຫ້ຕ່ອມສະໝອງສ້າງສານ Endorphin ຊຶ່ງອອກລິດຄ້າຍກັບມໍຟືນຄື ຊ່ວຍບັນເທົາອາການເຈັບປວດແລະເຮັດໃຫ້ອາລົມດີ.
- ຊ່ວຍແກ້ອາການເຈັບຫົວ ເຈັບຫົວເນື່ອງຈາກໄຂ້ຫວັດຫຼືໂຕຮ້ອນດ້ວຍການນຳໃບໝາກເພັດຂີ້ໜູນຳມາຕຳກັບປູນແລ້ວນຳມາໃຊ້ປິດບໍລິເວນຂະມັບ.
- ເປັນຢາແກ້ໄຂ້ຫວັດ, ລົດອາການຂີ້ມູກໄຫຼ, ບັນເທົາອາການໄອ ແລະ ຊ່ວຍຂັບເສບຫະ ເຮັດໃຫ້ການຫາຍໃຈສະດວກສະບາຍຍິ່ງຂື້ນ ສ່ວນໃບມີສັບພະຄຸນຊ່ວຍແກ້ຫວັດ.
- ຊ່ວຍສະລາຍເມືອກໃນປາກເຮັດໃຫ້ທາງການເດີນຫາຍໃຈໂລ່ງ ຊ່ວຍປ້ອງກັນຫຼອດລົມອັກເສບແລະຖົງລົມປ່ອງສານ Capsaicin ທີ່ມີຢູ່ໃນໝາກເພັດຂີ້ໜູຈະຊ່ວຍລົດນ້ຳມູກໄຫຼຫຼືສຶ່ງກີດຂວາງຕໍ່ລະບົບການຫາຍໃຈອັນເນື່ອງມາຈາກການເປັນໄຂ້ຫວັດຫຼືພູມແພ້.
- ຊ່ວຍຮັກສາອາການປວດຫາກ.
- ໃຊ້ແກ້ອາການເຈັບຄໍ ສຽງແຫບ ດ້ວຍການໃຊ້ນ້ຳຕົ້ມຫຼືຍາຊົງເພັດຂີ້ໜູທີ່ຕຽມໄວ້ໂດຍການໃຊ້ເພັດຂີ້ໝູປົ່ນຫຍິບ 1 ແລ້ວເຕີມນ້ຳຮອ້ນໃສ່ 1 ແກ້ວ.
- ຫາກເພັດຂີ້ໜູໃຊ້ບົດກັບໝາກນາວໃຊ້ເປັນຢາແຕ້ມຄໍ.
- ຊ່ວຍຂັບລົມແກ້ອາການທ້ອງອືດທ້ອງຟອງ ອາຫານບໍ່ຍ່ອຍແລະຊ່ວຍເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ດີຂື້ນ.
- ຊ່ວຍຮັກສາໂລກບິດ.
- ຕົ້ນນນຳມາສຸມໃສ່ໄຟໃຫ້ເປັນຖ່ານໃຊ້ແຊ່ກັບນ້ຳເປັນຢາຂັບປັດສະວະ.
- ໃຊ້ຂັບນ້ຳຄາວປາຂອງຜູ້ຍິງ ໂດຍການໃຊ້ຜົງເພັດຂີ້ໜູ 1 ບ່ວງ ນຳມາປະສົມກັບນ້ຳສົ້ມສາຍຊູ 1 ຖ້ວຍ ໃຊ້ກິນຄັ້ງງລະ 1/2-1 ຖ້ວຍ ໂດຍໃຫ້ກິນເທື່ອດຽວ ສ່ວຍຄັ້ງຕໍ່ໄປໃຫ້ໃຊ້ເຫຼົ້າແທນນ້ຳສົ້ມສາຍຊູ ໃຊ້ກິນມື້ລະ 1-3 ຄັ້ງ ຈະຊ່ວຍຂັບນ້ຳຄາວປາໃຫ້ຕົກໄດ້ ແຕ່ຖ້ານ້ຳຄາວປາຈະບໍ່ຕົກໃນຜູ້ຍິງເກີດລູກ ຈະເຮັດໃຫ້ມີອາການໝ້າມືດ ແໝ້ນໃນທ້ອງໃນເອີກ ຮູ້ສືກອຶດອັດ ກັດກລາມແໝ້ນ ໃຈຄໍຫງຸດງຶດ ໝາວສັ່ນ ຫູດັບ ເປັນລົມລັບໄປ ຫາກແກ້ບໍ່ທັນອາດເສຍຊີວິດໄດ້.
-
ໃບເພັດຂີ້ໜູມີສັບພະຄຸນຊ່ວຍແກ້ອາການຄັນ.
- ຊ່ວຍປ້ອງກັນການເປັນຜື່ນແດງເນື່ອງຈາກແພ້ອາກາດເຍັນ.
- ໃຊ້ຮັກສາແຜສົດຫຼືແຜເປື່ອຍ ດ້ວຍການໃຊ້ໃບໝາກເພັດຂີ້ໜູ ນຳມາຕຳພອກຮັກສາແຜລົດແລະແຜເປື່ອຍ ແຕ່ຍ່າໃຊ້ປິດແຜດົນຈົນເກີນໄປເພາະມັນຈະເຮັດໃຫ້ຮ້ອນ.
- ໝາກມີສັບພະຄຸນຊ່ວຍຮັກສາໂລກຂີ້ຫິດ, ຂີ້ກາກ, ຂີ້ກ້ຽນໄດ້.
-
ເພັດຂີ້ໜູມີສານຕ້ານແບັກທີເຮຍແລະອະນຸມູນອິດສະຫຼະ.
- ມົດແດງໄຟກັດ ໃຫ້ໃຊ້ໃບຫຼືໝາກເພັດຂີ້ໜູນຳມາຖູບໍລິເວນທີ່ຖືກກັດ.
- ໃຊ້ເປັນຢາແກ້ຜິດໂຕຂີ້ເຂັບແລະແມງປ່ອງກັດ ດ້ວຍການໃຊ້ໝາກເພັດຂີ້ໜູແຫຼ້ງນຳມາຕຳໃຫ້ເປັນຜົງລະລາຍກັບນ້ຳໝາກນາວໃຊ້ທາບໍລິເວທີ່ຖືກກັດ ອາການເຈັບປວດຈະລາຍໄປ.
- ໃຊ້ຮັກສາອາການບວມ ຮອຍຊ້ຳດຳຂຽວ ປວດຕາມຂໍ້ ຊ່ວຍເຮັດໃຫ້ການໄຫຼວຽນຂອງເລືອດດີຂື້ນ ດ້ວຍການໃຊ້ເພັດຂີ້ໜູສີແດງຕາກແຫ້ງ ແລ້ວນຳມາບົດໃຫ້ເປັນຜົງລະອຽດເທລົງໃນວາດສະລີນທີ່ຂົ້ວຈົນໝຽວຄົນໃຫ້ເຂົ້າກັນແລ້ວນຳໄປຂົ້ວອີກຈົນໃຫ້ໄດ້ກີ່ນໝາກເພັດ ໃຊ້ເປັນຢາທາອາການບວມ ຮອຍຊ້ຳດຳຂຽວແລະອາການປວດຕາມຂໍ້.
- ໃຊ້ຮັກສາອາການປວດຕາມແອວແລະນ່ອງ ດ້ວຍການໃຊ້ຜົງໝາກເພັດຂີ້ໜູແລະວາດສະລີນ ຫຼື ໝາກເພັດຜົງ, ວາດສະລີນແລະແປ້ງໝີ່ ເຕີມເຫຼົ້າເຫຼືອງພໍປະມານແລ້ວຄົນໃຫ້ເຂົ້າກັນຈົນເປັນຄີມ.
- ໃຊ້ແກ້ອາການປວດເມື່ອຍຕາມຕົວ ຂັບລົມຊື້ນຕາມຮ່າງກາຍ ດ້ວຍນຳໝາກເພັດຂີ້ໜູແຫຼ້ງມາແຊ່ໃນແອສກໍຮໍ 90% ໃນປະລິມາ 1000 cc ປະມານ 2 ອາດທິດ ແລ້ວໃຊ້ສຳລີຊຸບນ້ຳຍາທາບໍລິເວນທີ່ປວດ.
- ໃຊ້ເປັນຢາຊ່ວຍລົດອາການບວມອັນເນື່ອງຈາກລົມຊື້ນຫຼືຈາກຄວາມເຍັນຈັດ ດ້ວຍການໃຊ້ຜົງເພັດຂີ້ໜູແຫຼ້ງນຳມາເຮັດເປັນຂີ້ເຜິ້ງຫຼືສານລະລາຍແອສກໍຮໍແລ້ວນຳມາທາບໍລິເວນທີ່ປວດ.
- ໝາກມີສັບພະຄຸນເປັນຢາຮັກສາໂລກປວດຕາມຂໍ້ ໃຊ້ພາຍນອກເປັນຢາທາຖູນວດເພື່ອລົດອາການໄຂຂໍ້ອັກເສບລົດອາການປວດບວມ.
- ສ່ວນຕົ້ນຫຼືຫາກມີສັບພະຄຸນເປັນຢາແກ້ຂໍ້ເອັນພິການແກ້ປວດເມື່ອຍຕາມຕົວແກ້ປວດບວມ
- ສານສະກັດຈາກພິກໃຊ້ເປັນຢາທາຖູນວດຮັກສາອາການຕະຄີວໄດ້ ເພາະໝາກເພັດຈະຊ່ວຍເຮັດໃຫ້ບໍລິເວນຜີວທີ່ທ່ມີເລືອດມາລ້ຽງຫຼາຍຂື້ນ ແລະ ກະຕຸ້ນໃຫ້ເຮັດໃຫ້ບໍລິເວນທີ່ທາຮູ້ສືກຮ້ອນ.
- ໃຊ້ແກ້ຕີນແຕກ ດ້ວຍການໃຊ້ເພັດຂີ້ໜູທັງຕົ້ນແລະປູນຂາວພໍສົມຄວນເອົາໄປຕົ້ນ ແລ້ວເອົານ້ຳທີ່ຕົ້ນມາແຊ່ຕີນທີ່ແຕກ.
- ແກ້ປາດຸກຍັກດ້ວຍການໃຊ້ໝາກເພັດຂີ້ໜູສົດ ຍ່ອງບ່ອນປາດຸກແທງຈະຫາຍປວດເມື່ອຍ່ອງໃສ່ແລ້ວຈະຮູ້ສືກເຍັນ ບໍ່ບວມແລະບໍ່ຟົກຊ້ຳ.
- Choosing a selection results in a full page refresh.
- Opens in a new window.