Panang Fish

Panang Fish

ສ່ວນຜະສົມ: 

- ຊີ້ນປາ 300ກລາມ.

- ນ້ຳພິກແກງພະແນງ 2ບ່ວງໂຕະ.

- ຫົວກະທິ 1/4ຖ້ວຍຕວງ.

- ນ້ຳມັນພືດ 2ບ່ວງໂຕະ.

- ກະທິເຂັ່ມຂົ້ນປານກາງ 1/2ຖ້ວຍຕວງ.

- ນ້ຳຕານປິບ 1 1/2ບ່ວງຊາ.

- ນ້ຳປາ 1 1/2ບ່ວງຊາ.

- ໝາກເພັດຊີ້ຟ້າແດງຊອຍແລບໆ 1ໝ່ວຍ

- ໃບບົວລະພາ 1/2ຖ້ວຍຕວງ.

ວິທີເຮັດ: 

1,ຕັ້ງໝໍ້ກະທະໃສ່ນ້ຳມັນພືດລົງໄປພໍຮ້ອນ ເອົານ້ຳພິກແກງພະແນງລົງພັດພໍຫອມຄ່ອຍໆ ໃສ່ຫົວກະທິລົງຜັດຈົນແຕກມັນ.

2,ໃສ່ກະທິເຂັ້ມຂົ້ນປານກາງຜັດໃຫ້ຝົດ ໃສ່ປາດໍຮີ່ລົງໄປ (ຍ່າຄົນເພາະມັນຈະເຮັດໃຫ້ຄາວ) ຖ້າຈົນຝົດແລະ ຊີ້ນປາສຸກ.

3,ປຸງລົດດ້ວຍນ້ຳຕານປິບ ນ້ຳປາ ຄ່ອຍໆຄົນເພາະຍ້ານຊີ້ນປາເລະ ພໍສ່ວນຜະສົມເຂົ້າກັນແລ້ວ ຄ້ຽວຕໍ່ອີກຈັກໜ້ອຍ ແລ້ວໃສ່ໝາກເພັດ ບົວລະພາ ຄົນພໍເຂົ້າກັນ ຍົກລົງຈາກເຕົາຕັກເສີບໄດ້ເລີຍຈ້າ.

ສາມາດສັ່ງຊື້ສີນຄ້າໄດ້ທີ່: www.shopping-d.com

Back to blog

Leave a comment

Please note, comments need to be approved before they are published.