how to make larb salmon

how to make larb salmon

ສ່ວນຜະສົມ:

- ປາເຊວມອນຊອຍເປັນສີ່ຫຼຽມ 100-200ກລາມ (ຊອຍຕາມມັກ).

- ຫອມບົ່ວແດງຊອຍ 2ບ່ວງຊາ.

- ຫອມບົ່ວໃບຊອຍ 2ບ່ວງຊາ.

- ຫອມເປ 2ບ່ວງຊາ.

- ໃບມີ້ນ 2ບ່ວງຊາ.

- ເຂົ້າຂົ້ວ 2ບ່ວງຊາ.

- ໝາກເພັດຜົງ 1ບ່ວງຊາ.

- ໝາກເພັດດິບຊອຍ 1ບ່ວງຊາ (ຕາມມັກ).

- ນ້ຳປາ ນ້ຳໝາກນາວ ນ້ຳຕານ ແປ້ງນົວ ສຳຫຼັບປຸງຊິມລົດຊາດຕາມມັກ.

ວິທີເຮັດ:

1.ເລີ່ມຈາກເອົາປາເຊວມອນລົງໃນຊາບຜະສົມ ປຸງລົດຊາດດ້ວຍນ້ຳປາ ນ້ຳໝາກນາວ ນ້ຳຕານ ໝາກເພັດຜົງ ແປ້ງນົວ ແລະເຂົ້າຂົ້ວຊິມລົດຊາດຕາມມັກ.

2.ໃສ່ສ່ວນຜະສົມ ຫອມບົ່ວແດງຊອຍ ຫອຍບົ່ວໃບ ໃບມີ້ນ ຫອມເປລົງໄປແລ້ວຄົນໃຫ້ເຂົ້າກັນ.

3.ພໍເເລ້ວໆໂຮຍໝ້າດ້ວຍໝາກເພັດແຫຼ້ງທອດກອບໃຫ້ເບີ່ງໝ້າກິນ ມີເຄື່ອຄຽງເປັນຜັກສົດກິນແລ້ວແກ້ເພັດຈັກໝ້ອຍກໍ່ແຊບສະນະເລີດ.

ສາມາດສັ່ງຊື້ສີນຄ້າໄດ້ທີ: www.shopping-d.com

Previous article ໝູປີ້ງໃບນາງເລີດ
Next article ຕົ້ມຍຳກຸ້ງນ້ຳຂົ້ນ

Leave a comment

Comments must be approved before appearing

* Required fields